ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປັບປຸງແບບແຜນ ແລະ ລະບຽບການຕ່າງໆການຮຽນ-ການສອນ
ຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ

ພິທີເປີດການປັບປຸງແບບແຜນ ແລະ ລະບຽບການຕ່າງໆກ່ຽວກັບ ການຮຽນ-ການສອນ ປະຈຳສົກຮຽນ 2023-2024

    ວັນທີ 18 ມີນາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີເປີດການປັບປຸງແບບແຜນ ແລະ ລະບຽບການ
ຕ່າງໆກ່ຽວກັບ ການຮຽນ-ການສອນ ປະຈຳສົກຮຽນ 2023-2024 ຂຶ້ນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ
ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ, ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຄະນະ
ກົມ, ຄະນະຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ຕະຫຼອດຮອດພະນັກງານຫຼັກແຫຼ່ງທົ່ວ ວປກ ເຂົ້າຮ່ວມ.       

     ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ ຮອງຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງ
ກັນປະເທດ, ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ, ວິຊາການລົງປັບປຸງບັນດາແບບແຜນ ແລະ ລະບຽບການຕ່າງໆກ່ຽວກັບການຮຽນ-ການສອນ
ຢູ່ບັນດາວິທະຍາຄານ, ໂຮງຮຽນເລກ 1, ໂຮງຮຽນເລກ 2 ປະຈຳສົກຮຽນປີ 2023-2024. ແຜນການລົງປັບປຸງຂອງ ກົມໂຮງຮຽນກົມໃຫຍ່
ເສນາທິການກອງທັບ ແລະ ວາລະການຫັດແອບ. ເຊິ່ງອີງຕາມເນື້ອໃນທີ 2 ແຜນງານທີ 8 ວ່າດ້ວຍການປັບປຸງບັນດາວິທະຍາຄານ ແລະ ໂຮງ
ຮຽນໃຫ້ເຂົ້າສູ່ລະບຽບແບບແຜນຂອງເນື້ອໃນ 4 ໜ້າທີໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ. ໂດຍມີຈຸດປະ
ສົງເພື່ອປັບປຸງແບບແຜນວິທີເຮັດວຽກ, ການປະສານງານ, ການພົວພັນ ຂອງຄະນະພັກ-ຄະນະບັນຊາ ກັບ ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ
ຈັດຕັ້ງປະຕິບັດບັນດາລະບຽບການຂອງບັນດານັກຮຽນ, ຄູ-ອາຈານ ໃຫ້ມີຄວາມເປັນເອກະພາບ ແລະ ຖືກຕ້ອງຕາມຂໍ້ກຳນົດກົດລະບຽບ, ຖືກ
ຕາມຈຸດປະສົງ, ເປົ້າໝາຍຂອງ ກົມໃຫຍ່ເສນາທິການ ແລະ ກະຊວງປ້ອງກັນປະເທດວາງອອກ. ເຊິ່ງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມ
ວິຫານ ແມ່ນຈະໄດ້ເລີ້ມການຫັດແອບ ແລະ ປະຕິບັດຕົວຈິງແຕ່ວັນທີ 18-22 ມີນາ 2024 ນີ້ ແລະ ມີທັງໝົດ: 11 ເນື້ອໃນຫັດແອບຄື: 1, ຫັດ
ກາຍຕອນເຊົ້າ 4 ບົດ (ສະແດງ) ໃນນີ້ປະກອບມີ: ຫັດກາຍມືເປົາ 2 ບົດ 24 ຈັງຫວະ, ຫັດກາຍແທງກະບີ 4 ທິດ 28 ຈັງຫວະ ແລະ ຫັດ
ກາຍມວຍ. 2, ເຄົາລົບທຸງຕອນເຊົ້າ (ສະແດງ). 3, ລະບຽບບຸກຄົນຄົງທີ່ (ສະແດງ). 4, ລະບຽບບຸກຄົນ, ລວມໝູ່ເຄື່ອນທີ່ (ສະແດງ). 5, ລະ
ບຽບມອບ-ຮັບປະຈຳການ (ສະແດງ). 6, ການເອີ້ນແຖວ, ສັ່ງແຖວຂັ້ນ ກໍ-ງໍ (ສະແດງ). 7, ລະບຽບເຂົ້າ-ອອກຄ້າຍ (ໃຫ້ອະທິບາຍ). 8, ວຽກ
ງານນອກຫຼັກສູດ ໃນນີ້ປະກອບມີ: ກິລາ, ສິນລະປະ, ນັກຮົບແຂງແຮງ, ເພີ່ມພູນ ແລະ ຂະບວນການອື່ນໆ (ອະທິບາຍເອົາ). 9, ລະບຽບການ
ຮຽນ-ການສອນ (ອະທິບາຍເອົາ) ຄູ-ອາຈານ - ນັກຮຽນ. 10, ການຫັນພາວະ (ອະທິບາຍເອົາ) ອາເລັກປ່າວເຫດ ແລະ 11, ການຊ້ອມຮົບ (ອະ
ທິບາຍເອົາ).

     ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງໄດ້ເອົາໃຈໃສ່ກ່ຽວກັບແບບແຜນການ
ນຳພາໃຫ້ສອດຄ່ອງເໝາະສົມກັບຈຸດພິເສດຂອງກົມກອງ, ປັບປຸງໂຄງປະກອບການຈັດຕັ້ງຂອງວິທະຍາຄານໃຫ້ຮັດກຸມ, ຖືເອົາຄຸນນະພາບເປັນ
ຫຼັກ, ໂດຍສະເພາະແມ່ນຖັນແຖວ ຄູ-ອາຈານ, ສືບຕໍ່ປັບປຸງພື້ນຖານໂຄງລ່າງຮັບປະກັນໃຫ້ແກ່ການຮຽນ-ການສອນ 100%, ພ້ອມກັນຈັດຕັ້ງ
ເຝິກແອບ-ຮໍ່າຮຽນ ປະຕິບັດ 7 ລະບອບ 18ວຽກ ໃຫ້ມີຄວາມເຂັ້ມງວດ, ສົມທົບກັບພາກສວ່ນຄູ-ອາຈານເຝິກແອບແລກປ່ຽນຖອດຖອນບົດ
ຮຽນເຊິ່ງກັນ ແລະ ກັນ ພ້ອມກັນປັບປຸງລະບຽບແບບແຜນເພື່ອເຮັດໃຫ້ກົມກອງກາຍເປັນກົມກອງທີ່ມີແບບແຜນທັນສະໄໝຂຶ້ນເທື່ອລະກ້າວ.

ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄຳລຽງ
ວັນທີ 20/03/2024